Lao Social Blog

Where's to learn, Where's to earn

ການນຳໃຊ້ຄອມພິວເຕີ ແລະ ຫຼັກການພິມຂັ້ນເລີ່ມຕົ້ນ

ຫນ້າຫລັກ > ຄອບພິວເຕີ > ການນຳໃຊ້ຄອມພິວເຕີ ແລະ ຫລັກການພິມຂັ້ນເລີ່ມຕົ້ນ

ການນຳໃຊ້ຄອມພິວເຕີ

I. ການເປີດ – ປິດເຄື່ງ Compputer ພາຍຫລັງໃຊ້ງານແລ້ວ.

       1.1. ການເປີດເຄື່ອງ
       ມີຂັ້ນຕອນດັ່ງນີ້:
                    1) ກົດປຸ່ມ Power ຫມໍ້ເກັບໄຟ (UPS) ຖ້າມີ
                    2) ກົດປຸ່ມ Power ຈໍ  Compputer
                    3) ກົດປຸ່ມ Power ຂອງ Case

UPSComputer

      1.2. ການປິດເຄື່ອງ

          ການດຳເນີນງານຕ້ອງປະຕິບັດຕາມຂັ້ນຕອນດັ່ງນີ້:
                   1). ປິດໂປຣແກຣມທີ່ເປີດຂຶ້ນມາໃຊ້ງານ.
                   2). ປິດເຄື່ອງຕາມຂັ້ນຕອນຄື:
                            – Start
                            – Shut down
                    3). ລໍຖ້າປເຄື່ອງຈະປະຕິບັດຄຳສັ່ງໃນການປິດ
                    4). ປິດຈໍ
                    5). ຖອດສາຍໄຟອອກຈາກປັກສຽບ

Start botton  —>  shut down button—>shut down

 

ຫລັກການພິມຂັ້ນເລີ່ມຕົ້ນ

II. ການນຳໃຊ້ເມົ້າ ແລະ ຫລັກການພິມທີ່ຖືກຕ້ອງ

        2.1. ຫລັກການນຳໃຊ້ເມົ້າ (Mouse)

             ເມົ້າ (Mouse) ເປັນອຸປະກອນທີ່ໃຊ້ສຳລັບຄວບຄຸມຕົວຊີ້ຕຳແຫນ່ງເທິງຫນ້າຈໍໃຫ້ຜູ້ໃຊ້ສາມາດເຂົ້າຄຳສັ່ງຕ່າງໆໄດ້ໂດຍການຄຣິກ (Click) ເຊັ່ນ: ການເລືອກເອົາຄຳສັ່ງ, ການຍ້າຍເອກະສານ ແລະ ອື່ນໆ.
         ຄຣິກດ້ານຊ້າຍ (Left Click): ເລືອກເອົາຕົວຊີ້ເມົ້າໄປຫາຕຳແຫນ່ງທີ່ຕ້ອງການແລ້ວຄຣິກດ້ານຊ້າຍ 1 ຄັ້ງ ເພື່ອເລືອກເອົາຄຳສັ່ງຫລືເມນູທີ່ຕ້ອງການ.
        ຄຣິກດ້ານຂວາ (Right Click)G ເລື່ອນຕົວຊີ້ເມົ້າໄປຫາຕຳແຫນ່ງທີ່ຕ້ອງການແລ້ວຄຣິກດ້ານຂວາ 1 ຄັ້ງ ວິທີນີ້ເພື່ອເປັນ ການເຂົ້າຫາຄຳສັ່ງເມນູແບບທາງລັດ.
       ດັບເບິຣຄຣິກ (Double Click): ເລື່ອນຕົວຊີ້ເມົ້າໄປຫາຕຳແຫນ່ງທີ່ຕ້ອງການແລ້ວດັບເບິຣຄຣິກດ້ານຊ້າຍ 2 ຄັ້ງແບບໄວໆ.

Click mouse     Mouse1    click mouse 1

        2.2. ຫລັກການພິມທີ່ຖືກຕ້ອງ

                 ຫລັກການພິມ ແລະ ການນັ່ງທີ່ຖືກຕ້ອງດັ່ງສະແດງໃນຮູບ

right way to sit on computer

          1. ການນັ່ງຕ້ອງໃຫ້ເລົ່າຄີງຊື່, ຂາທັງສອງເບື້ອງຕ້ອງຂະຫນານກັບເລົາຄີງ, ຄໍຕັ້ງ (ບໍ່ກົ້ມຫລືບໍ່ອຽງຈົນເກີນໄປ)
         2. ຫ້າມນັ່ງອີງເທິ້ງ, ຢຽດຂາ ຫລື ເອົາຄັດກັນ, ຫ້າມເອົາແຂນກ່າຍໃສ່ໂຕະໃນເວລາພິມ.
         3. ຂໍ້ສອກປ່ອຍຕາມສະບາຍ, ບໍ່ກາງອອກ ແລະ ຫ້າມວາງອົ້ງມືຕິດກັບແປ້ນພິມໃນເວລາເຄື່ອນໄຫວນິ້ວມື.
         4. ໃຫ້ເອົາຕົວຫ່າງອອກຈາກແປ້ນພິມປະມານ 20 ຊ.ມ ນິ້ວມືທີັງ 8 ໃຫ້ວາງປະຈຳຢູ່ແປ້ນພິມຕົວອັກສອນຫລັກຕະຫລອດເວລາຄື: ເບື້ອງຊ້າຍ ( A S D F ) ແລະເບື້ອງຂວາ ( J K L ; )
         5. ເວລາພິມໃຫ້ພະຍາຍາມໃຊ້ສາຍຕາຕິດຕາມເບິ່ງເອກະສານທີ່ວາງຢູ່ຄຽງຂ້າງສະເຫມີ
         6. ຫ້າມເບິ່ງແຕ່ຈໍພາບ ແລະ ແປ້ນພິມອັກສອນຖ້າບໍ່ຈຳເປັນ ເພາະຈະເຮັດໃຫ້ຊິນເຄີຍ ແລະ ຈະກາຍເປັນຜູ້ທີ່ພິມຊ້າທີ່ສຸດ.

        2.3. ການພິມຕົວອັກສອນຫລັກຂອງພາສາອັງກິດຄື:

          ສຳລັບມືເບື້ອງຊ້າຍແມ່ນ: ນິ້ວກ້ອຍ ( A ), ນິ້ວນາງ ( S ), ນິ້ວກາງ ( D ) ແລະ ນິ້ວຊີ້ ( F )
          ສຳລັບມືເບື້ອງຂວາແມ່ນ: ນິ້ວຊີ້ ( J ), ນິ້ວກາງ ( K ), ນິ້ວນາງ ( L ) ແລະ ນິ້ວກ້ອຍ ( : ; )QWERTY-home-keys-position crop

         2.3.1. ການເຄື່ອນໄຫວນິ້ວມືຢູ່ເທິງແປ້ນພິມ.

keyboard_keys_position

          2.3.2. ການພິມຕົວອັກສອນຫຼັກຂອງພາສາອັງກິດ ທັງ 8 ຕົວອັກສອນ ( A S D F    J K L ; )

               ເລີ່ມຕົ້ນຂອງການຮຽນພິມແມ່ນຈະເລີ່ມຈາກການຝຶກພິມຕົວອັກສອນຫຼັກປະຈຳນິ້ວມືຕາຮູບລຽນຕາມລຳດັບຈາກນິ້ວກ້ອຍຊ້າຍຈົນເຖິງນິ້ວກ້ອຍຂວາ ຝຶກພິມຈົນຄ່ອງແຄ້ວສາມາດຈື່ໄດ້ຢ່າງແມ່ນຍຳໃຫ້ຈື່ໄວ້ວ່າສາຍຕາຕ້ອງເບິ່ງຢູ່ທີ່ແບບຝຶກຫັດພິມເທົ່ານັ້ນບໍ່ໃຫ້ຫຼຽວໄປເບິ່ງທີ່ແປ້ນພິມ (Keyboard) ເດັດຂາດ.

          2.3.3. ການເຄື່ອນໄຫວນິ້ວທັງ 4 ຂອງດ້ານຊ້າຍ ແລະ ດ້ານຂວາໃນການພິມຕົວອັກສອນ ( E G U . )

            ໃຊ້ນິ້ວກາງມືຊ້າຍຈາກ ( D ) ກ້າວໄປຫາແຖວເທິງທີ່ເປັນ ( E )
            ໃຊ້ນິ້ວຊີ້ມືຊ້າຍຈາກ ( F ) ກ້າວໄປຫາແຖວເທິງທີ່ເປັນ ( G )
            * ໃຊ້ນິ້ວຊີ້ຂວາຈາກ ( J ) ກ້າວໄປຫາແຖວເທິງທີ່ເປັນ ( U )
           * ໃຊ້ນິ້ວນາງມືຂວາຈາກ ( L ) ກ້າວລົງໄປແຖວລຸ່ມທີ່ເປັນ ( . ) 

          2.4. ການພິມຕົວເລກ (Typing Number)

                 2.4.1. ການໃຊ້ນິ້ວມືດ້ານຂວາທັງ 4 ນິ້ວ ເຄື່ອນໄຫວຂຶ້ນລົງຕາມຕົວອັກສອນ

                                  ມີ 2 ແບບຄື:
                      ⊕ ກໍລະນີໃຊ້ແປ້ນພິມທີ່ມີຕົວເລກ
                       ຈະໃຊ້ມືເບື້ອງຂວາໃນການພິມຕົວເລກໂດຍການວາງນິ້ວຕາມຕົວເລກຫລັກ 4 5 6 +
                           •  ນິ້ວຊີ້ ( 4 )
                           •  ນິ້ວກາງ ( 5 )
                           •  ນິ້ວນາງ ( 6 )
                           •  ນິ້ວກ້ອຍ ( + )

typing number

 

comment