Lao Social Blog

Where's to learn, Where's to earn

ຄອມພິວເຕີ

ຫນ້າຫລັກ  > ຄອມພິວເຕີ

ຄວາມຮູ້ພື້ນຖານກ່ຽວກັບ Computer

I. ຄອມພິວເຕີແມ່ນຫຍັງ?
Untitled-1

          ຄອມພິວເຕີເປັນອຸປະກອນ (ເຄື່ອງຈັກ) ເອເລັກໂຕຣນິກທີ່ສາມາດຊ່ວຍຄົນເຮົາເຮັດວຽກໄດ້ຢ່າງວ່ອງໄວ ແລະ ມີປະສິດທີຜົນ ຫລື ເປັນເຄື່ອງມືທີ່ໃຊ້ໃນການປະມວນຜົນຂໍ້ມູນໃຫ້ກາຍມາເປັນຂໍ້ມູນຂ່າວສານ. ນອກຈາກນີ້ຄອມພິວເຕີຍັງສາມາດເກັບຂໍ້ມູນໄດ້ຫລາຍ ແລະ ເມື່ອເກັບແລ້ວມັນຍັງສາມາດເອີ້ນກັບຄືນ ຫລື ຄັດແຍກໄດ້ຢ່າງຖືກຕ້ອງ ແລະ ວ່ອງໄວ ໂດຍການດຳເນີນການຕາມເງື່ອນໄຂທີ່ໂປຣແກຣມ ຫລື ຊ໋ອບແວ ກຳນົດໄວ້.

II. ປະໂຫຍດຂອງຄອມພິວເຕີ.

          ຄອມພິວເຕີຸຖືກນຳມາໃຊ້ປະໂຫຍດຕໍ່ກັບການດຳລົງຊີວິດປະຈຳວັນໃນສັງຄົມຢ່າງຫລວງຫລາຍໂດສ່ວນໃຫຍ່ແມ່ນຈະນຳໃຊ້ເພື່ອພິມເອກະສານ ຫລື ວຽກງານອື່ນໆເຊັ່ນ: ວຽກງານທຸລະກິດ, ວິທະຍາສາດການແພດ, ຄົມມະນາຄົມ ແລະ ການສື່ສານ, ວິສະວະກຳ ແລະ ສະຖາປັດຕະຍາກຳ, ເພື່ອການສຶກສາ ແລະ ວຽກງານອື່ນໆ

III. ໂຄງປະກອບຂອງ Computer

pc-hardware-0

               ໂຄງປະກອບຂອງ Computer ປພກອບມີ 2 ພາກສ່ວນໃຫຍ່ຕົ້ນຕໍຄື:
               *  ພາກຮາດແວ (Hard Ware)
               *  ພາກຊ໋ອບແວ (Soft Ware)

       3.1. ພາກຮາດແວ (Hard Ware)

         Hard Ware ແມ່ນອຸປະກອນຕ່າງໆທີ່ປະກອບເປັນເຄື່ງ Computer ມີລັກສະນະໂຄງຮ່າງສາມາດເບິ່ງເຫັນດ້ວຍ ຕາ ແລະ ສຳພັດໄດ້ເຊັ່ນ: Monitor, Keyboard, Mouse ເຫລົ່ານີ້ເປັນຕົ້ນ.

       3.2. ພາກຊ໋ອບແວ (Soft Ware)

        ຫມາຍເຖິງຄຳສັ່ງ ຫລື ໂປຣແກຣມທີ່ສັ່ງໃຫ້ Computer ເຮັດວຽກຕາມລຳດັບຂັ້ນຕອນການເຮັດວຍກງານເຊິ່ງຂຽນຂຶ້ນດ້ວຍພາສາຄອມພິວເຕີຊ໋ອບແວ ໄດ້ແບ່ງອອກເປັນ 2 ລະບົບໃຫຍ່ຄື:

       1) ລະບົບຄວບຄຸມ (Operating System : OS)

                 ເຊັ່ນ: Windows ME, Windows 98-2000, Windows XP, Windows 7……

mac-os-el-capitan-nombre-0-830x511 window7       window8

       2) ລະບົບການນຳໃຊ້ (Application System)

                ເຊັ່ນ: Microsoft Office, Antivirus, Font… ໆລໆ

microsoft office       avira     lao scropt

IV. ສ່ວນປະກອບພື້ນຖານຂອງ Computer

         ການເຮັດວຽກຂອງ Computer ປະກອບດ້ວຍ 5 ພາກສ່ວນທີ່ສຳຄັນຄື:

       4.1. ຫນ່ວຍປະມວນຜົນກາງ (Central Processing Unit: CPU)

         ເຮັດຫນ້າທີ່ໃນການຄິດຄຳນວນ ຫລື ປະມວນຜົນຂໍ້ມູນໂດຍເຮັດຕາມໂປຣແກຣມທີ່ກຳນົດໄວ້ໃນຫນ່ວຍຄວາມຈຳຫລັກຫນ່ວຍປະມວນຜົນກາງແບ່ງອອກເປັນ 2 ຫນ່ວຍຄື: ຫນ່ວຍຄວບຄຸມ (Central Processing), ຫນ່ວຍຄຳນວນ ແລະ ຕັກກະສາດ (Arithmetic Logic Unit: ALU)CPU

         4.2. ຫນ່ວຍຄວາມຈຳຫລັກ (Main Memory)

           ເປັນຫນ່ວຍສຳລັບເກັບຂໍ້ມູນ ແລະ ຊ໋ອບແວທີ່ໃຊ້ໃນການປະມວນຜົນເຊິ່ງຫນ່ວຍປະມວນຜົນກາງສາມາດອ່ານ, ຂຽນຈາກຫນ່ວຍຄວາມຈຳຫລັກຢ່າງວ່ອງໄວເຮັດໃຫ້ຫນ່ວຍປະມວນຜົນກາງນຳມາຕີຄວາມຫມາຍ ແລະ ເຮັດຕາມຫນ່ວຍຄວາມຈຳຫລັກຖ້າຫາກບໍ່ມີພື້ນທີ່ເກັບຂໍ້ມູນທີ່ມີຂະຫນາດພຽງພໍຈະເຮັດໃຫ້ການປະເມີນຜົນຊ້າລົງ, ເພິ່ນຈະແບ່ງຫນ່ວຍຄວາມຈຳຫລັກອອກເປັນ 2 ປະເພດຄື: ROM ແລະ RAM.

Main Memory

          4.3. ຫນ່ວຍຄວາມຈຳສຳຮອງ (Secondary Memory)

            ຫນ່ວຍຄວາມຈຳສຳຮອງ (Secondary Memory) ມີໄວ້ສຳລັບເກັບຂໍ້ມູນ ຫລື ຊອບແວທີ່ມີຈຳນວນຫລາຍ ແລະ ຕ້ອງການນຳມາໃຊ້ອີກໃນພາຍຫລັງຫາກຈະໃຊ້ວຽກມີການໂອນຖ່າຍຈາກຫນ່ວຍຄວາມຈຳສຳຮອງມາຍັງຫນ່ວຍຄວາມຈຳຫລັກ. ຫນ່ວຍຄວາມຈຳສຳຮອງ ຫລື ຫນ່ວຍເກັບຂໍ້ມູນ (Storage) ມີຫນ້າທີ່ໃນການເກັບຂໍ້ມູນທາງຄອມພິວເຕີໄວ້ ແລະ ສາມາດນຳມາໃຊ້ວຽກໄດ້ອີກຕາມຄວາມຕ້ອງການ.
           Example:       Hard Disk, CD, USB…

hard disk                 cd         usb

          4.4. ອຸປະກອນປ້ອນຂໍ້ມູນ (Input Devices)

             ອຸປະກອນປ້ອນຂໍ້ມູນແມ່ນອຸປະກອນທີ່ນຳເອົາຂໍ້ມູນ ຫລື ໂປຣແກຣມເຂົ້າໄປເກັບໄວ້ໃນຫນ່ວຍຄວາມຈຳ ແລະ ໃຊ້ໃນການປະມວນຜົນ, ເຊິ່ງປະກອບມີຫລາຍປະເພດເຊັ່ນ:
           Example:       Keyboard, Mouse, Scanner.

keyboard  mousescanner

          4.5. ອຸປະກອນສະແດງຜົນ (Output Devices) ປະກອບດ້ວຍ:

           Example:       Mornitor, Printer, Speaker.

Morniter      Printer   speaker

 

comment