Lao Social Blog

Where's to learn, Where's to earn

ການຮັບລາຍການອາຫານທີ່ຖືກສັ່ງ Taking orders

ຫນ້າຫລັກ > ພາສາອັງກິດ > ລາວເອສເຊິນຊ໌ໂມໂນບຸຄ Lao Essence Mono Book > ການຮັບລາຍການອາຫານທີ່ຖືກສັ່ງ Taking orders

 

waiter-taking-orders


Good afternoon. ສະບາຍດີຕອນບ່າຍ.

How are you today? ມື້ນີ້ສະບາຍດີບໍ່)

Are you ready to order ເຈົ້າພ້ອມທີ່ຈະສັ່ງອາຫານແລ້ວບໍ່?

Would you like more time? ເຈົ້າຕ້ອງການໃຊ້ເວລາຫນ້ອຍຫນຶ່ງບໍ່? (ເຈົ້າຈະສັ່ງຕາມຫລັງບໍ່?)

Please order at the counter. ກະລຸນາສັ່ງອາຫານຢູ່ເຄົາເຕີ້.

May I help you? ມີຫຍັງໃຫ້ຊ່ວຍບໍ່?

What would you like today? ເຈົ້າຢາກສັ່ງຫຍັງມື້ນີ້?

For here or to go? ເຈົ້າຢາກກິນຢູ່ນີ້ ຫລື ເອົາກັບບ້ານ?

How would you like that? ເຈົ້າຢາກກິນແບບໃດ?

Would you like hot or iced coffee? ເຈົ້າເອົາກາເຟຮ້ອນ ຫລື ກາເຟເຍັນ?

Would you like your bread toasted? ເຈົ້າຢາກເຂົ້າຈີ່ປີ້ງບໍ່?

I’m sorry, but we’re out of the cheeseburger. ຂໍໂທດ, ຊີສເບີເກີຫມົດແລ້ວ.

Would you like something else instead? ເຈົ້າຕ້ອງການອັນອື່ນແທນບໍ່?

Anything else? ເຈົ້າຢາກເອົາຫຍັງອີກບໍ່?

Just a minute please. ກະລຸນາຖ້າບຶດຫນຶ່ງ.

We’ll bring your order to your table. ພວກເຮົາຈະເອົາມາໃຫ້ຢູ່ເທິງໂຕະຂອງເຈົ້າ.

comment