Lao Social Blog

Where's to learn, Where's to earn

Grammar – Past Simple Tense ກາລະອາດີດທຳມະດາ

Past simple tense

g

ໂຄງສ້າງ

Subject + ກິລິຍາຊ່ອງ 2

ເຊັ່ນ:

He spoke.   They spoke.

I spoke.   We spoke.

Jim spoke.   A boy spoke.

The boys spoke.

ຫລັກການຕື່ມ ed ທີ່ຄຳກິລິຍາ
ການອ່ານອອກສຽງເມື່ອຕື່ມ ed ລົງໄປແລ້ວ

1) ໃຊ້ກັບເຫດການຫລືການກະທຳທີ່ໄດ້ເກີດຂຶ້ນແລ້ວໃນອາດີດ  ແລະກໍ່ຈົບລົງໄປແລ້ວໃນອາດີດພຸ້ນກ່ອນທີ່ຈະເວົ້າປະໂຫຍກນີ້ອອກມາ ໃນກໍລະນີນີ້ມັກຈະມີຄຳ ກຸ່ມຄຳຫລືອະນຸປະໂຫຍກ (Subordinate Clause) ທີ່ສະແດງຄວາມເປັນອາດີດມາກຳກັບໄວ້ຕະຫລອດໄດ້ແກ່:

ຄຳ (word) 

ago

once

yesterday

formerly

.ກຸ່ມຄຳ (Phrase)

last night

last week (month)

last year

in 1980, just now

yesterday morning

yesterday afternoon

during the war

.ອະນຸປະໂຫຍກ (Subordinate Clause)

When he was young

When he was fifteen

After he had gone

Whenever he saw me

When I lived in Paris

ເຊັ່ນ:

Somchai went to the cinema yesterday. ສົມຊາຍໄປເບິ່ງຫນັງມື້ວານນີ້.

(ການໄປເບິ່ງຫນັງເກີດຂຶ້ນມື້ວານນີ້ ແລະກໍ່ກັບມາແລ້ວມື້ວານນີ້ເຊັ່ນກັນ)

I lived in Vientiane three years ago. ຂ້ອຍຢູ່ວຽງຈັນເມື່ອສາມປີກ່ອນ (ດຽວນີ້ບໍ່ໄດ້ຢູ່ແລ້ວ)

He learned English when he was young. ລາວຮຽນພາສາອັງກິດເມື່ອຕອນເປັນເດັກນ້ອຍ. (ດຽວນີ້ບໍ່ຮຽນແລ້ວ)

We saw the prime minister yesterday morning. ພວກເຮົາໄດ້ເຫັນນາຍົກລັດຖະມົນຕີມື້ເຊົ້າວານນີ້.

His father died during the war. ພໍ່ຂອງລາວຕາຍໃນລະຫວ່າງສົງຄາມ.

The Pope visited Laos last year. ພະສັນຕະປາປາໄດ້ສະເດັດເຍືອນປະເທດລາວປີຜ່ານມາ.

2) ໃຊ້ກັບການກະທຳຊຶ່ງກະທຳເປັນປະຈຳໃນອາດີດ ແຕ່ປະຈຸບັນບໍ່ໄດ້ກະທຳສິ່ງນັ້ນອີກແລ້ວ ໃນກໍລະນີນີ້ຈະມີ Adverb ບອກຄວາມຖີ່ ເລື້ອຍໆ ມາຮ່ວມນຳກໍ່ໄດ້ ແຕ່ຕ້ອງມີຄຳບອກເວລາທີ່ເປັນອາດີດແນ່ນອນມາກຳກັບໄວ້ຕະຫລອດໄປ ເຊັ່ນ:

She walked to school every day last week. ນາງຍ່າງໄປໂຮງຮຽນທຸກມື້ໃນອາທິດທີ່ຜ່ານມາ.

(ນາງຍ່າງທຸກມື້ ແຕ່ເປັນທຸກມື້ຂອງອາດີດ ບໍ່ແມ່ນປະຈຸບັນ)

I always got up late last year. ຂ້ອຍຕື່ນສວາຍຕະຫລອດເມື່ອປີກາຍນີ້.

(ຕື່ນສວາຍຕະຫລອດຂອງປີກາຍນີ້ ບໍ່ແມ່ນປີນີ້)

He went to school every day when he was young. ລາວໄປໂຮງຮຽນທຸກໆມື້ເມື່ອຕອນເປັນເດັກ

(ທຸກມື້ເມື່ອຕອນເປັນເດັກ ບໍ່ແມ່ນທຸກມື້ຂະນະເວົ້າ)

3) ໃຊ້ກັບການກະທຳໃນອາດີດ ສະແດງລຳດັບຄວາມຕໍ່ເນື່ອງຂອງເຫດການ ກໍລະນີນີ້ verb ທຸກໂຕຕ້ອງເປັນ Past Simple Tense ຕະຫລອດໄປ ເຊັ່ນ:

I opened my bag, took out some money and gave it to my friend. ຂ້ອຍເປີດກະເປົາເອົາເງິນອອກມາແລະກໍ່ເອົາໃຫ້ຫມູ່ໄປ.

He jumped out of the house, saw a policeman and ran away. ລາວໂດດອອກມາຈາກເຮືອນເຫັນຕ່ຳຫລວດກໍ່ແລ່ນຫນີໄປ.

(ການກະທຳລັກສະນະຕໍ່ເນື່ອງແບບນີ້ Verb ທຸກໂຕຕ້ອງເປັນ Past ໃຫ້ຈື່ໄວ້)

4) ໃຊ້ກັບກິລິຍາໃນປະໂຫຍກທີ່ຢູ່ຫລັງສຳນວນຕໍ່ໄປນີ້:

  • I would rather + Past Simple Tense

  • It’s time + Past Simple Tense

  • It’s high time + Past Simple Tense

  • It’s about time + Past Simple Tense

ເຊັ່ນ:

I would rather you did your homework. ຂ້ອຍຢາກໃຫ້ເຈົ້າເຮັດວຽກບ້ານຂອງເຈົ້າ.

It’s time the children went to bed. ໄດ້ເວລາທີ່ເດັກໆຈະຕ້ອງໄປນອນ.

It’s high time we ended the meeting. ໄດ້ເວລາທີ່ພວກເຮົາຈະຈົບກອງປະຊຸມແລ້ວ.

comment