Lao Social Blog

Where's to learn, Where's to earn

GRAMMAR – ອະທິບາຍການໃຊ້ TENSE – PRESENT PERFECT TENSE ກາລະປະຈຸບັນນະການສົມບູນ

ໂຄງສ້າງ

Subject + have, has + ກິລິຍາຊ່ອງທີ່ 3

ເຊັ່ນ: 

He has spoken.

I have spoken.

You have spoken.

A boy has spoken.

The boys have spoken.

ເຂົ້າເບິ່ງຮູບກິລິຍາຊ່ອງ 3 Past Participle

d

1) ໃຊ້ກັບເຫດການທີ່ໄດ້ເກີດຂຶ້ນແລ້ວໃນອາດີດ ແລະເຫດການນັ້ນຍັງຄົງຕໍ່ເນື່ອງມາເຖິງເວລາປະຈຸບັນ (ຄືເວລາທີ່ເວົ້າປະໂຫຍກນີ້ອອກໄປ) ການໃຊ້ Present Perfect Tense ຕາມຄວາມຫມາຍນີ້ມັກຈະມີຄຳ Adverbs ເຫລົ່ານີ້ຄື since (ຕັ້ງແຕ່), for (ເປັນເວລາ), so far (ຈົນດຽວນີ້, ຂະນະນີ້), up to now (ຈົນກະທັ່ງຕອນນີ້), up to the present time (ຈົນກະທັ່ງເຖິງປະຈຸບັນນີ້) ມາຮ່ວມສະແດງເວລາສະເຫມີ ເຊັ່ນ:

Bill has lived in New York since 1975. ບິລໄດ້ອາໄສຢູ່ນິວຍອກຕັ້ງແຕ່ປີ 1975 (ໃນຂະນະນີ້ລາວກໍ່ຍັງຢູ່ທີ່ນັ້ນ)

I have studied English for more than three years. ຂ້ອຍໄດ້ຮຽນພາສາອັງກິດມາເປັນເວລາ 3 ປີແລ້ວ (ໃນຂະນະນີ້ກໍ່ຍັງຮຽນຢູ່)

They have worked on the problem for two years so far. ລາວພະຍາຍາມເອົາຊະນະບັນຫານັ້ນມາຈົນດຽວນີ້ເປັນ 2 ປີແລ້ວ (ໃນຕອນນີ້ກໍ່ຍັງພະຍາຍາມຢູ່ ຍັງບໍ່ສຳເລັດ)

Seree has stayed in Bankok up to the present time. ເສລີໄດ້ມາຢູ່ກຸງເທບຈົນຮອດດຽວນີ້ (ດຽວນີ້ກໍ່ຍັງບໍ່ໄດ້ໄປຢູ່ບ່ອນອື່ນ)

ເຂົ້າເບິ່ງຫລັກການໃຊ້ since ແລະ for

d

2) ໃຊ້ກັບເຫດການທີ່ໄດ້ເຮັດຊ້ຳໆ ເປັນຫລາຍຄັ້ງຫລາຍຫົນໃນອາດີດ ແລະເຫດການທີ່ວ່ານີ້ອາດຈະເຮັດອີກຕໍ່ໄປໃນອະນາຄົດ ແຕ່ບໍ່ບອກວ່າເຮັດເມື່ອໃດ ເປັນເວລາເທົ່າໃດ ມັກຈະມີຄຳ Adverb ເຊັ່ນ: many times, several times, over and over (ຫລາຍເທື່ອ) ມາກຳກັບຕະຫລອດ ເຊັ່ນ:

We have eaten in that restaurant many times. ພວກເຮົາໄດ້ກິນອາຫານກັນທີ່ພັດຕາຄານນັ້ນຫລາຍເທື່ອແລ້ວ.

I have used thsi razor blade only three times ; it is still good. ຂ້ອຍໄດ້ໃຊ້ໄບມີດໂກນນີ້ພຽງ 3 ເທື່ອເທົ່ານັ້ນ ແຕ່ກໍ່ຍັງດີຢູ່.

He has read this novel over and over. ລາວໄດ້ອ່ານນິຍາຍເລື່ອງນີ້ຫລາຍຄັ້ງຫລາຍຫົນແລ້ວ.

d

3) ໃຊ້ກັບເຫດການທີ່ເຄີຍຫລືບໍ່ເຄີຍເຮັດໃນອາດີດ ຊຶ່ງບໍ່ໄດ້ບົ່ງບອກເວລາທີ່ແນ່ນອນເອົາໄວ້ແລະມັກຈະມີຄຳ Adverb ຄື ever, never, once, twice ມາໃຊ້ຮ່ວມຕະຫລອດ ເຊັ່ນ:

I have never seen him before. ຂ້ອຍຍັງບໍ່ເຄີຍເຫັນລາວມາກ່ອນ.

Have you ever been abroad? No, never. ເຈົ້າເຄີຍໄປຕ່າງປະເທດຫລືບໍ່? ບໍ່, ບໍ່ເຄີຍ.

My father has been to London twice. ພໍ່ຂອງຂ້ອຍໄດ້ໄປລອນດອນ 2 ເທື່ອ.

Chuchat has been to China once. ຊູຊາດໄດ້ໄປປະເທດຈີນມາເທື່ອຫນຶ່ງ (ອະນາຄົດອາດໄປອີກກໍ່ໄດ້)

d

4) ໃຊ້ກັບເຫດການຫລືການກະທຳທີ່ໄດ້ເກີດຫລືກະທຳໄປແລ້ວ ແຕ່ຜົນຂອງການກະທຳນັ້ນ ຍັງປະທັບໃຈຜູ້ເວົ້າຢູ່ ໃຊ້ Present Perfect Tense ໄດ້ ເຊັ່ນ:

I have turned on the light. ຂ້ອຍໄດ້ເປີດໄຟໄວ້ແລ້ວ.

(ຂ້ອຍຈະເປີດໄຟເມື່ອໃດບໍ່ສຳຄັນ ຂ້ອຍຕ້ອງການຈະບອກແຕ່ພຽງວ່າໄຟນັ້ນໄດ້ເປີດໄວ້ແລ້ວ ຜົນຂອງການເປີດໄຟນັ້ນຍັງແຈ້ງຢູ່ ຍັງບໍ່ດັບ ໂດຍອາໄສແສງສະຫວ່າງນີ້ ເຈົ້າຈະກິນອາຫານຄ່ຳ ຫລິ້ນການພະນັນກໍ່ເຊີນ)

He has opened the window. ລາວໄດ້ເປີດປ່ອງຍ້ຽມແລ້ວ.

(ລາວບໍ່ໄດ້ເປີດປ່ອງຍ້ຽມເມື່ອໃດບໍ່ສຳຄັນ ຂໍ້ສຳຄັນຢູ່ບ່ອນທີ່ວ່າ ຜົນຂອງການກະທຳນັ້ນເວລານີ້ປ່ອງຍ້ຽມກໍ່ຍັງບໍ່ໄດ້ປິດ ຍັງຄົງເປີດຢູ່)

The train has arrived at the station. ລົດໄຟມາຮອດສະຖານີແລ້ວ.

(ລົດໄຟມາຮອດສະຖານີເມື່ອໃດບໍ່ສຳຄັນ ແຕ່ຜົນຂອງການມາເຖິງນັ້ນລົດໄຟຍັງຄົງຈອດຢູ່ ບໍ່ໄດ້ແລ່ນໄປໃສອີກ)

d

5) ໃຊ້ກັບເຫດການທີ່ຫາກໍ່ເຮັດຮຽບຮ້ອຍຈົບລົງໃຫມ່ໆ ໂດຍເວລາບໍ່ດົນ ໃນການນີ້ຈະມີ Adverb ຕໍ່ໄປນີ້ມາຮ່ວມຕະຫລອດໄດ້ແກ່ already (ຮຽບຮ້ອຍແລ້ວ) just (ຫາກໍ່) yet (ຍັງ) finally (ໃນທີ່ສຸດ) eventually (ໃນທີ່ສຸດ) recently ເມື່ອໄວໆນີ້ ເຊັ່ນ:

The principal has just gone out. ຫົວຫນ້າໂຮງຮຽນຫາກໍ່ອອກໄປຂ້າງນອກ.

(ຫມາຍຄວາມວ່າ ມີໃຜຄົນຫນຶ່ງມາຖາມວ່າ ຫົວຫນ້າໂຮງຮຽນຢູ່ບໍ່? ບັງເອີນຜູ້ທີ່ມາຖາມ ມາຫວິດກັບທີ່ຫົວຫນ້າໂຮງຮຽນອອກໄປບໍ່ດົນ ຜູ້ຕອບກໍ່ເລີຍຕ້ອງຕອບໄປວ່າ “ຫາກໍ່ອອກໄປນອກ”)

I have already closed the window. ຂ້ອຍປິດປ່ອງຍ້ຽມຮຽບຮ້ອຍແລ້ວ.

(ຫມາຍຄວາມວ່າ ຂ້ອຍອັດປ່ອງຍ້ຽມໄວ້ແລ້ວບໍ່ດົນກໍ່ຍ່າງລົງມາລຸ່ມ ພໍມີຄົນຖາມວ່າ “ອັດປ່ອງຍ້ຽມແລ້ວບໍ່?” ຂ້ອຍກໍ່ຮີບຕອບໄປວ່າ “ຂ້ອຍໄດ້ປິດປ່ອງຍ້ຽມຮຽບຮ້ອຍແລ້ວ” ກໍ່ຍ່າງລົງມາ)

He hasn’t gone out yet. ລາວຍັງບໍ່ໄດ້ອອກໄປເລີຍ.

(ຫມາຍຄວາມວ່າ ຖ້າມີໃຜຖາມວ່າ ຄົນນັ້ນຄົນນີ້ອອກໄປນອກແລ້ວບໍ່ ແລະຄວາມເປັນຈິງຄົນນັ້ນບໍ່ໄດ້ອອກໄປເຮົາກໍ່ຄວນຕອບໄປວ່າ “ລາວຍັງບໍ່ໄດ້ອອກໄປ” = (He hasn’t gone out yet)

ເຂົ້າເບິ່ງຫລັກການໃຊ້ yet, just, already

f

comment