Lao Social Blog

Where's to learn, Where's to earn

ເລື່ອງ ຫມາຈິ້ງຈອກກັບກາ A fox and a crow

ຕິດຕາມໃນ YouTube

One day, a wicked fox was strolling in a forest when it accidentally noticed a crow flying by with a large piece of  meat in its mouth.

“Hello crow.” said the fox,

“I think your eyes are beautiful like the eyes of a hawk.

ມື້ຫນຶ່ງຂະນະທີ່ຫມາຈິ້ງຈອກເຈົ້າເລ່ກຳລັງຍ່າງຫລິ້ນຢູ່ໃນປ່າ ມັນບັງເອີນສັງເກດເຫັນກາໂຕຫນຶ່ງຄາບຊີ້ນຕ່ອນໃຫຍ່ບິນຜ່ານມາຈຶ່ງເອີ່ຍທັກທາຍຂຶ້ນວ່າ

“ສະບາຍດີເຈົ້າກາ ຂ້ອຍວ່າດວງຕາຂອງເຈົ້າຈັ່ງແມ່ນງາມຄືກັບດວງຕາຂອງແຫລວ”

Flattered by the fox, the crow slowly hovered to the branch of a nearby tree.

ເມື່ອໄດ້ຍິນຄຳຍ້ອງຈາກຫມາຈອກແນວນັ້ນ ກາຈຶ່ງຄ່ອຍໆບິນໄປຈັບທີ່ກິ່ງໄມ້ຂອງຕົ້ນໄມ້ມໍ່ໆ

 

The fox continued speaking,

“When I see you closely now, your wings look as strong as if they were the wings of an eagle. The crow was quite pleased.

ຫມາຈິ້ງຈອກຈຶ່ງເວົ້າຕໍ່ວ່າ

“ເມື່ອຂ້ອຍເບິ່ງເຈົ້າໃກ້ໆແລ້ວ ປີກຂອງເຈົ້າຈັ່ງແມ່ນເບິ່ງຄືກັບປີກອັນແຂງແຮງຂອງນົກອິນຊີບໍ່ມີຜິດເລີຍ” ເຈົ້າກາຮູ້ສຶກພໍໃຈໃນຄຳເວົ້າຂອງຫມາຈິ້ງຈອກຫລາຍ.

The fox continued saying,

“I really want to hear your voice, I can only imagine how melodious it must be.”

The crow opened its mouth to sing, and the chunk of meat fell into the ground. The fox rushed in and took the meat, before he disappeared in a flash.

ຫມາຈິ້ງຈອກຍັງເວົ້າຕໍ່ໄປອີກວ່າ

“ຂ້ອຍລະຢາກຟັງສຽງຂອງເຈົ້າເບິ່ງເຫລືອເກີນ ວ່າຈະມ່ວນຊ່ຳໃດ”

ເຈົ້າກາຈຶ່ງອ້າປາກເພື່ອຮ້ອງເພງໃຫ້ຫມາຈິ້ງຈອກຟັງ ເຮັດໃຫ້ຊີ້ນທີ່ມັນຄາບຢູ່ຕົກລົງມາທີ່ພື້ນ ຫມາຈິ້ງຈອກຈຶ່ງສວຍໂອກາດເຂົ້າໄປຄາບເອົາຊີ້ນນັ້ນກ່ອນທີ່ມັນຈະແລ່ນຫນີຫາຍໄປຢ່າງໄວວາ.

 


ເລື່ອງນີ້ສອນໃຫ້ຮູ້ວ່າ

Flattery usually comes from those with hidden agendas.

ຄຳຍ້ອງທີ່ເກີນຈິງມັກຖືກເວົ້າຂຶ້ນຈາກຜູ້ທີ່ຫວັງຜົນປະໂຫຍດຈາກເຮົາ.


 

Vocabulary ຄຳສັບ

fox (n.) ຫມາຈິ້ງຈອກ

eye (n.) ດວງຕາ

mouth (n.) ປາກ

crow (n.) ກາ

wing (n.) ປີກ

meat (n.) ຊີ້ນ


 

comment