Lao Social Blog

Where's to learn, Where's to earn

BEGINNER CONVERSATIONS – Let’s Sell Our House ຂາຍເຮືອນຂອງເຮົາເຖາະ

#20 let's sell our house

ຄຳແນະນຳ:  ກໍລະນີຫລິ້ນຢູ່ໂທລະສັບ ໃຫ້ຄລິກໃສ່  Listen in browser ກ່ອນຈຶ່ງຄ່ອຍກົດປູ່ມຫລິ້ນເພື່ອຟັງ.

Carl: Let’s sell the house.

ຄາຣ໌ລ: ເຮົາຂາຍເຮືອນເຖາະ!

Wendy: Why? I love this house.

ເວັນດີ້: ເປັນຫຍັງ? ຂ້ອຍຮັກເຮືອນຫລັງນີ້.

Carl: It’s too much work to take care of.

ຄາຣ໌ລ: ມັນເປັນວຽກທີ່ຕ້ອງໄດ້ດູແລຮັກສາຫລາຍເກີນໄປ.

Wendy: We raised four kids in this house.

ເວັນດີ້: ພວກເຮົາລ້ຽງລູກ 4 ຄົນໃນເຮືອນຫລັງນີ້.

Carl: They’re all grown up now.

ຄາຣ໌ລ: ຕອນນີ້ພວກທັງຫມົດໃຫຍ່ແລ້ວ.

Wendy: There would be no memories in a new house.

ເວັນດີ້: ມັນຈະບໍ່ມີຄວາມຊົງຈຳໃນເຮືອນຫລັງໃຫມ່.

Carl: We would make new memories.

ຄາຣ໌ລ: ພວກເຮົາຈະສ້າງຄວາມຊົງຈຳໃຫມ່.

Wendy: I really don’t want to move, Carl.

ເວັນດີ້: ຂ້ອຍບໍ່ຢາກຍ້າຍແທ້ໆ. ຄາຣ໌ລ.

Carl: Ok. I understand. You talked me out of it.

ຄາຣ໌ລ: ໂອເຄ. ຂ້ອຍເຂົ້າໃຈ. ເຈົ້າເວົ້າຊະຈົນຂ້ອຍປ່ຽນໃຈ.

 

comment