Lao Social Blog

Where's to learn, Where's to earn

Grammar – ອະທິບາຍການໃຊ້ Tense – Present Simple Tense ກາລະປະຈຸບັນທຳມະດາ

ວິດີໂອຮຽນຮູ້ເພີ່ມເຕີມ

h

ໂຄງສ້າງ

Subject + ຄຳກຳມະ (ກິລິຍາ) ຊ່ອງທີ່ 1

ເຂົ້າເບິ່ງ ⇒ Affirmative Form ຮູບແບບບອກເລົ່າ – I do/work/like etc.

ເຂົ້າເບິ່ງ ⇒ Negative Form – ຮູບແບບປະຕິເສດ – I don’t

(ຕື່ມ s ເມື່ອປະທານເປັນເອກະພົດ ຍົກເວັນ I, You)

ເຊັ່ນ:

He gets up early.

I get up early.

The boys get up early

ເຂົ້າເບິ່ງຫລັກການຕື່ມ s ເມື່ອປະທານເປັນເອກະພົດ

້1

1) ໃຊ້ກັບເຫດການຫລືການກະທຳທີ່ເປັນຄວາມຈິງຕະຫລອດໄປ ຫລືເປັນຄວາມຈິງຕາມທຳມະຊາດ (general truth ຫລື eternal truth) ເຊັ່ນ:

The sun rises in the east. ຕາເວັນຂຶ້ນທາງຕາເວັນອອກ.

The earth rotates on its axis. ໂລກປິ່ນຢູ່ເທິງແກນຂອງຕົນເອງ.

It’s cold in winter. ມັນຫນາວໃນລະດູຫນາວ.

Fish swim in the water. ປາລອຍຢູ່ໃນນ້ຳ.

Fire is hot. Ice is cold. ໄຟຮ້ອນ ນ້ຳກ້ອນເຢັນ.

f

2) ໃຊ້ກັບເຫດການທີ່ເປັນປະເພນີ, ນິໄສ, ສຸພາສິດ ເຊິ່ງບໍ່ໄດ້ບອກສະເພາະເຈາະຈົງວ່າເວລາໃດ ເຊັ່ນ:

Actions speak louder than words. ເຮັດດີກວ່າເວົ້າ.

Men wear thin clothes in summer. ຄົນເຮົານຸ່ງເສື້ອບາງໆໃນລະດູຮ້ອນ.

That man speaks English as well as he speaks his own language. ຜູ້ຊາຍຄົນນັ້ນເວົ້າພາສາອັງກິດຄືກັບວ່າເປັນພາສາຂອງຕົນເອງ.

Woman are dressed all in black when going to the funeral. ຜູ້ຍິງແຕ່ງຕົວດ້ວຍສີດຳລ້ວນເມື່ອໄປໃນງານສົບ.

(ເຫດການຫລືການກະທຳທີ່ໄດ້ເວົ້າມານີ້ເປັນປະເພນີ, ນິໄສ, ສຸພາສິດ ກິລິຍາຕ້ອງໃຊ້ Present Simple ຕະຫລອດ)

f

3) ໃຊ້ກັບເຫດການທີ່ເປັນຈິງໃນຂະນະເວົ້າ (ກ່ອນຫນ້າເວົ້າຫລືຫລັງຈາກທີ່ເວົ້າໄປແລ້ວຈະເປັນຕາມນັ້ນຫລືບໍ່ກໍ່ໄດ້ ບໍ່ມີຜົນຜູກພັນ ແຕ່ທີ່ແນ່ໆ ກໍ່ຄືຕ້ອງເປັນຈິງຂະນະທີ່ເວົ້າກໍ່ແລ້ວກັນ ເຊັ່ນ:

He stands under the tree. ລາວຢືນຢູ່ກ້ອງຕົ້ນໄມ້ (ຫລຽວເບິ່ງກໍ່ເຫັນຢືນຢູ່ແທ້ ຍັງບໍ່ໄປໃສ)

I have two books in the suitcase. ຂ້ອຍມີຫນັງສື 2 ຫົວຢູ່ໃນກະເປົາ (ເປີດອອກມາກໍ່ມີຢູ່ແທ້)

Susan is my close friend. ຊູຊານເປັນຫມູ່ສະນິດຂອງຂ້ອຍ (ຂະນະເວົ້າກໍ່ເປັນມິດກັນຢູ່)

f

4) ໃຊ້ກັບເຫດການໃນອະນາຄົດ ຊຶ່ງໄດ້ຕັດສິນໃຈແນ່ນອນແລ້ວວ່າຈະປະຕິບັດເຊັ່ນນັ້ນ (ນິຍົມໃຊ້ກັບກິລິຍາທີ່ສະແດງການເຄື່ອນທີ່ຈາກທີ່ຫນຶ່ງໄປຫາອີກທີ່ຫນຶ່ງ) ຕາມກົດການໃຊ້ຂໍ້ທີ່ 4 ນີ້ຈະມີຄຳວິເສດບອກເວລາທີ່ເປັນອະນາຄົດມາຮ່ວມນຳກໍ່ໄດ້ ເຊັ່ນ:

I leave by the 6.20 train this evening. ຂ້ອຍຈະອອກເດີນທາງດ້ວຍຂະບວນລົດໄຟ 6.20 ແລງນີ້.

He sets sail tomorrow for Hua-Hin, and comes back next week. ລາວຈະອອກເຮືອໄປຫົວຫິນມື້ອື່ນ ແລະກໍ່ຈະກັບໃນອາທິດຫນ້າ.

We attack the enemies at dawn. ພວກເຮົາຈະເຂົ້າໂຈມຕີສັດຕູເວລາເຊົ້າມືດ.

f

5) ໃຊ້ກັບເຫດການໃນປະໂຫຍກ Subordinate Clause (ອະນຸປະໂຫຍກ) ທີ່ບົ່ງບອກເວລາເປັນອະນາຄົດ ຊຶ່ງປະໂຫຍກ Subordinate Clause ທີ່ວ່ານີ້ ຈະຂຶ້ນຕົ້ນປະໂຫຍກຂອງມັນດ້ວຍຄຳຕໍ່ໄປນີ້ ຄື:

if, when, whenever, unless, until, till, as soon as, while, before, after, as long as, etc ເຊັ່ນ:

If the weather is fine tomorrow, we shall have a pinic. ຖ້າມື້ອື່ນອາກາດດີ, ເຮົາຈະໄປທ່ຽວກັນ.

Unless he sends the money before Friday, I shall consult my lawyer. ຖ້າລາວບໍ່ສົ່ງເງິນມາກ່ອນວັນສຸກ ຂ້ອຍກໍ່ຈະໄປປຶກສາທະນາຍຄວາມຂອງຂ້ອຍ.

Let’s wait untill (till) he comes. ຂໍໃຫ້ພວກເຮົາຖ້າຈົນກ່ວາລາວຈະມາ.

When you see Daeng tomorrow, remember me to him. ເມື່ອເຈົ້າພົບແດງມື້ອື່ນນີ້ ກໍ່ຝາກຄວາມຄິດຮອດຈາກຂ້ອຍໄປຫາລາວແດ່.

(Verb ຂອງປະໂຫຍກທີ່ຂຶ້ນຕົ້ນດ້ວຍ if, unless, untill, when ຕ້ອງໃຊ້ Present Simple Tense ຕະຫລອດ)

f

6) ໃຊ້ກັບເຫດການໃນກໍລະນີສະຫລຸບເລື່ອງທີ່ເລົ່າມາ ເຖິງວ່າເຫດການນັ້ນຈະໄດ້ເກີດຂຶ້ນແລ້ວໃນອາດີດ ແຕ່ເຮົາກໍ່ໃຊ້ Verb ເປັນ Present Simple Tense ທັ້ງນີ້ເພື່ອໃຫ້ເລື່ອງທີ່ເລົ່ານັ້ນມີຊີວິດຊີວາ ຄືກັບເຫດການທີ່ຫາກໍ່ເກີດຂຶ້ນໃນປະຈຸບັນ (ສ່ວນຫລາຍມັກໃຊ້ໃນການຂຽນນິຍາຍ, ບົດລະຄອນ) ເຊັ່ນ:

Bassanio wants to go to Belmont to woo Portia. He asks Antonio to lend him money. Antonio says that he hasn’t any at the moment until his ships come to port.

ບັສສານິໂອຕ້ອງການຈະໄປແບລມອງຕ໌ເພື່ອກ້ຽວຈາພາລາສີກັບນາງປໍຣ໌ເຊຍ ລາວຂໍຍືມເງິນອັນໂຕນິໂອ ອັນໂຕນິໂອບອກວ່າ ຂະນະນັ້ນລາວບໍ່ມີເງິນ ເອົາໄວ້ຈົນກວ່າເຮືອເຂົ້າທຽບທ່າແລ້ວ (ລາວຈຶ່ງຈະມີເງິນໃຫ້ຍືມ)

(ເບິ່ງໃຫ້ດີ Verb ໃນປະໂຫຍກຕ່າງໆ ໃຊ້ Present Simple Tense ທັ້ງໆທີ່ເລື່ອງນີ້ເກີດຂຶ້ນໃນອາດີດພຸ້ນ ທັ້ງນີ້ກໍ່ເພື່ອໃຫ້ເກີດຄວາມມວ່ນຊື່ນຄືກັບເຫດການໄດ້ເກີດຂຶ້ນໃນປະຈຸບັນ)

f

7) ການກະທຳຂອງກິລິຍາທີ່ບໍ່ສາມາດສະແດງອາການໃຫ້ເຫັນໄດ້ ເຊັ່ນ ກິລິຍາທີ່ສະແດງຄວາມນຶກຄິດ (Verbs of Ideas) ສະແດງຄວາມຮັບຮູ້ (Verbs of Perception) ສະແດງພາວະຂອງຈິດ (Verbs of Mind) ສະແດງຄວາມເປັນເຈົ້າຂອງ (Verbs of Possession) ໃຫ້ນຳມາແຕ່ງໃນ Present Simple Tense (ເພາະກິລິຍາເຫລົ່ານີ້ບໍ່ແມ່ນໃນຮູບ Continuous Tense ເຊັ່ນ:

She loves her husband very much. ນາງຮັກສາມີຂອງນາງຫລາຍໆ.

(loves ເປັນກິລິຍາສະແດງພາວະຂອງຈິດ ບໍ່ສາມາດເຮັດເປັນ lovinh ໄດ້)

He knows about how to open the can. ລາວຮູ້ວິທີທີ່ຈະເປີດກະປ໋ອງ.

(knows ເປັນກິລິຍາສະແດງຄວາມຮັບຮູ້ ບໍ່ສາມາດເຮັດເປັນ knowing ໄດ້)

Advanced English Grammar belongs to me. ຫນັງສື Advanced English Grammar ເປັນຂອງຂ້ອຍ.

(belongs to ເປັນກິລິຍາສະແດງຄວາມເປັນເຈົ້າຂອງ)

She detests people who are unkind to animals. ນາງຊັງຄົນທີ່ບໍ່ມີເມດຕາຕໍ່ສັດ.

(detests ເປັນກິລິຍາສະແດງຄວາມຮູ້ສຶກນຶກຄິດ)

f

8) ໃຊ້ກັບເຫດການທີ່ບຸກຄົນຫລືສັດເຮັດເປັນປະຈຳ (Repeated Actions) ຫລືເປັນນິໄສເຄີຍຊິນ (Habitual Actions and States) ການໃຊ້ໃນກໍລະນີເຊັ່ນນີ້ ມັກຈະມີຄຳຫລືກຸ່ມຄຳຫລືອະນຸປະໂຫຍກ ຊຶ່ງມີຄວາມຫມາຍວ່າ ເລື້ອຍໆ, ສະເຫມີໆ, ທຸກໆ ….. ລວມຢູ່ນຳ

ຄຳທີ່ສະແດງຄວາມເລື້ອຍໆທີ່ນຳມາໃຊ້ຕາມກົດຂໍ້ທີ່ 8 ນີ້ແຍກອອກເປັນ 3 ຊະນິດຍ່ອຍໆ ຄື:

ຄຳ (word)

always

often

sometimes

frequently

usually

naturally

generally

rarely

seldom

habitually

ກຸ່ມຄຳ (Phrase)

everyday

every week

every month

every year

once a week

twice a month

in the morning

on Sundays (ທຸກວັນອາທິດ)

on week days (ທຸກວັນທຳມະດາ)

on holidays (ທຸກວັນຫຍຸດ)

ປະໂຫຍກ (Clause)

whenever he sees me

whenever he comes here

every time he sees me

every time he comes here

whenever she can

whenever you want

when he comes here

when he does his work

ສິ່ງທີ່ຄວນຈື່ຈຳ

ປະໂຫຍກທີ່ສະແດງຄວາມເລື້ອຍໆ ຄວາມເປັນປະຈຳ ຮູບຂອງກິລິຍາປະໂຫຍກນັ້ນຕ້ອງໃຊ້ Present Simple Tense ເຊັ່ນ:

He says hello to me whenever he sees me. ລາວເວົ້າສະບາຍດີກັບຂ້ອຍເມື່ອລາວເຫັນຂ້ອຍ.

(says ຕ້ອງເປັນ Present Simple Tense ເພາະມີປະໂຫຍກສະແດງຄວາມເປັນປະຈຳ whenever he sees me ມາກຳກັບບອກເວລາໄດ້)

I wash my car every week-end. ຂ້ອຍລ້າງລົດຂອງຂ້ອຍທຸກໆວັນຫຍຸດທ້າຍອາທິດ.

She usually relaxes after game. ໂດຍປົກກະຕິນາງຈະພັກຜ່ອນຫລັງຫລິ້ນກິລາເປັນປະຈຳ.

David visits his home twice a year. ເດວິດຈະໄປຢາມບ້ານປີລະ 2 ເທື່ອ.

Somsri habitually gets up early. ສົມສີຕື່ນແຕ່ເຊົ້າມືດປະຈຳ.

We go to school every day. ພວກເຮົາໄປໂຮງຮຽນທຸກໆມື້.

(ປະໂຫຍກທີ່ເວົ້າມາທັງຫມົດນີ້ ໃຊ້ Verb ເປັນ Present Simple Tense ເພາະມີຄຳບອກສະແດງຄວາມເລື້ອຍໆ ຄວາມເປັນປະຈຳລວມຢູ່ນຳ)

f

comment