Lao Social Blog

Where's to learn, Where's to earn

ນິທານພາສາອັງກິດແປລາວ ເລື່ອງຍາວ-ເປັນຕອນ ເລື່ອງ : OLIVER TWIST ໂອລິເວີ ທວິສທ໌ ( 18 ຕອນ) –> ຕອນທີ່ 1: Despised by all, Pitied by None… ຖືກດູຖູກກຽດຊັງໂດຍທຸກຄົນ ແລະ ບໍ່ມີໃຜເມດຕາສົງສານ.


Oliver Twist ໂອລິເວີ ທວິສທ໌


CHAPTER 1:

Despised by all, Pitied by None…

ຕອນທີ່ 1:

ຖືກດູຖູກກຽດຊັງໂດຍທຸກຄົນ ແລະ ບໍ່ມີໃຜເມດຕາສົງສານ.

 

The mother pressed her pasty lips to Oliver’s forehead, passed her hands over his face, then fell back onto the pillow and died.

ຜູ້ເປັນແມ່ກົດຮິມສົບຂອງນາງລົງໄປທີ່ຫນ້າຜາກຂອງໂອລິເວີ, ມືນາງແຕະໄປທີ່ເທິງໃບຫນ້າຂອງລາວ, ຕໍ່ມານາງກໍ່ລົ້ມລົງເທິງຫມອນ ແລະເສຍຊີວິດ.

‘It’s all over,’ said the surgeon. ‘You needn’t send for me if the baby cries. Just feed it gruel.’ He paused and looked at the woman. ‘Where did she come from? She was quite pretty.’

“ມັນຈົບແລ້ວ,” ຫມໍຜ່າຕັດເວົ້າຂຶ້ນ. “ເຈົ້າບໍ່ຈຳເປັນຕ້ອງສົ່ງມາໃຫ້ຂ້ອຍຖ້າທາລົກຮ້ອງໃຫ້. ໃຫ້ປ້ອນດ້ວຍເຂົ້າປຽກໂຈ້.” ລາວຢຸດບຶດຫນຶ່ງແລະເບິ່ງໄປທີ່ຜູ້ຍິງຄົນນັ້ນ. “ນາງມາຈາກໃສ? ນາງຂ້ອນຂ້າງງາມ.”

The nurse scooped the baby into her arms. ‘She was brought here last night. She was found lying in the street. Her feet bloodied. Where she was walking to nobody knows.

ນາງພະຍາບານຊ້ວນເອົາທາລົກຂຶ້ນໄວ້ໃນອ້ອມແຂນຂອງນາງ. “ນາງຖືກນຳມາທີ່ນີ້ມື້ຄືນນີ້. ນາງຖືກພົບກຳລັງນອນຢູ່ໃນຖະຫນົນ. ຕີນຂອງນາງເລືອດອອກ. ບ່ອນທີ່ນາງຍ່າງໄປຫາ ບໍ່ມີໃຜຮູ້ຈັກ.

The nurse wrapped the baby in a blanket. She put him down to rest. She knew he’d be despised by all and pitied by none. Just like all the people of the workhouses were.

ນາງພະຍາບານຫໍ່ທາລົກໄວ້ໃນຜ້າຫົ່ມ. ນາງວາງລາວລົງເພື່ອພັກຜ່ອນ. ນາງຮູ້ດີວ່າລາວຈະຖືກດູຖູກກຽດຊັງໂດຍທຸກຄົນ ແລະ ບໍ່ມີໃຜເມດຕາສົງສານ. ຄືກັນກັບທຸກຄົນໃນສະຖານທີ່ຝຶກອາຊີບສຳລັບຄົນທຸກຈົນເປັນກັນ.

When Oliver was about ten months old, he was sent to another workhouse. This workhouse was run by a woman named Mrs. Mann. Mrs. Mann was in charge of twenty-five children.

ເມື່ອໂອລິເວີອາຍຸໄດ້ 10 ເດືອນ, ລາວຖືກສົ່ງໄປທີ່ສະຖານທີ່ຝຶກອາຊີບສຳລັບຄົນຈົນບ່ອນອື່ນ. ສະຖານທີ່ນີ້ດຳເນີນການໂດຍຜູ້ຍິງຄົນຫນຶ່ງ ຊື່ວ່າ ນາງແມນນ໌. ນາງແມນນ໌ ແມ່ນດູແລເດັກນ້ອຍທັງຫມົດຢູ່ 25 ຄົນ.

Do not be fooled into thinking Mrs. Mann loved – or even liked – children.

ຢ່າຫລົງກົນຄິດວ່ານາງ ແມນນ໌ ຮັກ ຫລືແມ້ແຕ່ມັກເດັກນ້ອຍ.

>>>> ມີຕໍ່ <<<<<

 

comment

class="fb-comments" data-href="https://laosocialblog.wordpress.com/%e0%ba%99%e0%ba%b4%e0%ba%97%e0%ba%b2%e0%ba%99%e0%ba%9e%e0%ba%b2%e0%ba%aa%e0%ba%b2%e0%ba%ad%e0%ba%b1%e0%ba%87%e0%ba%81%e0%ba%b4%e0%ba%94%e0%bb%81%e0%ba%9b%e0%ba%a5%e0%ba%b2%e0%ba%a7-%e0%bb%80-15/" data-numposts="5">