Lao Social Blog

Where's to learn, Where's to earn

Beginner Conversations – Office Rumor ຂ່າວລືຫ້ອງການ

office rumor

ຄຳແນະນຳ:  ກໍລະນີຫລິ້ນຢູ່ໂທລະສັບ ໃຫ້ຄລິກໃສ່  Listen in browser ກ່ອນຈຶ່ງຄ່ອຍກົດປູ່ມຫລິ້ນເພື່ອຟັງ.
ຄລິກລິ້ງນີ້ເພື່ອເຂົ້າໄປຝຶກສົນທະນາແລະຕອບຄຳຖາມກ່ຽວກັບບົດນີ້ຢູ່ຫນ້າເວັບຂອງຕ່າງປະເທດ

Jill: Did you hear the office rumor?

ຈິລ: ເຈົ້າໄດ້ຍິນຂ່າວລືຫ້ອງການບໍ່?

May: No, I didn’t. What’s happening?

ເມ: ບໍ່, ຂ້ອຍບໍ່ໄດ້ຍິນ. ເກີດຫຍັງຂຶ້ນ?

Jill: They are going to lay off several people this month.

ຈິລ: ພວກເຂົາຈະເລີກຈ້າງຄົນຈຳນວນຫນຶ່ງໃນເດືອນນີ້.

May: Where did you hear this?

ເມ: ເຈົ້າໄດ້ຍິນເລື່ອງນີ້ມາແຕ່ໃສ?

Jill: I heard it from Bill.

ຈິລ: ຂ້ອຍໄດ້ຍິນມາຈາກບິລ.

May: Are you worried?

ເມ: ເຈົ້າກັງວົນຫວາ? (ອຸກໃຈ)

Jill: Yes. I’ve only been here for six months.

ຈິລ: ເຈົ້າ. ຂ້ອຍເຮັດວຽກຢູ່ນີ້ຫາກໍ່ໄດ້ 6 ເດືອນ.

May: Then I should be more worried than you.

ເມ: ຖ້າເຊັ່ນນັ້ນຂ້ອຍຄວນຈະກັງວົນຫລາຍກວ່າເຈົ້າ.

Jill: Why? Everyone likes you here.

ຈິລ: ເປັນຫຍັງ? ຢູ່ທີ່ນີ້ທຸກໆຄົນເຂົາມັກເຈົ້າ.

May: I’ve only been here for four months!

ເມ: ຂ້ອຍຫາກໍ່ເຮັດວຽກຢູ່ທີ່ນີ້ໄດ້ 4 ເດືອນ.

comment