Lao Social Blog

Where's to learn, Where's to earn

ກິນ-ຮັບປະທານ : Eat, Have, Take, Graze

ຫນ້າຫລັກ > ພາສາອັງກິດ › ໃຊ້ສັບພາສາອັງກິດໃຫ້ຖືກຕ້ອງຕາມຄວາມຫມາຍທີ່ແທ້ຈິງ › ກິນ-ຮັບປະທານ

.

eat.

Eat  v. (ອີທ)

ຫມາຍເຖິງ ກິນອາຫານທົ່ວ ໄປໃນລັກສະນະທີ່ຢິບເຂົ້າໃສ່ປາກຫຍ້ຳກິນແລ້ວກືນລົງໄປໃນລຳຄໍ

⇒  ຕົວຢ່າງ

Ranee is fat because she eats a lot.

ຣານີອ້ວນເພາະລາວກິນ(ອາຫານ)ຫລາຍ.

Who has eaten my chocolates?

ໃຜກິນຊ໊ອຄໂຄແລທສ໌ຂ້ອຍ?

.

have meal

.

Have v. (ແຮ໊ຟ)

ປົກກະຕິ have ແປວ່າ “ມີ” ແຕ່ຖ້ານຳມາໃຊ້ໃນຄວາມຫມາຍທີ່ແປວ່າ “ກິນ (eat)” ນິຍົມໃຊ້ກັບຊື່ຄາບອາຫານຕໍ່ໄປນີ້

Have(has,had) breakfast = ກິນອາຫານເຊົ້າ

lunch    = ກິນອາຫານສວາຍ

super    = ກິນອາຫານວ່າງ (ກ່ອນຕອນແລງ)

dinner   = ກິນອາຫານຄ່ຳ

⇒  ຕົວຢ່າງ

I have my breakfast at sevent o’clock.

ຂ້ອຍກິນອາຫານເຊົ້າເວລາ 7 ໂມງຕົງ

What time do you have dinner?

ເຈົ້າກິນອາຫານຄ່ຳຈັກໂມງ?

.

take medicine

.

Take  v. (ເທ໊ຄ)

ໂດຍທົ່ວໄປຄຳນີ້ແປວ່າ “ເອົາໄປ, ນຳໄປ” ແຕ່ທີ່ນຳມາເວົ້າໃນເວລານີ້ take ໃຫ້ແປວ່າ “ກິນ, ຮັບປະທານ ເມື່ອມີຄວາມຫມາຍວ່າ ກິນ, ຮັບປະທານ ແລ້ວໃຫ້ໃຊ້ກັບກິນຢາເພື່ອໃຫ້ຫາຍຈາກໂລກໄພໄຂ້ເຈັບເທົ່ານັ້ນ ຈະນຳໄປໃຊ້ກັບຢ່າງອື່ນບໍ່ໄດ້”

⇒  ຕົວຢ່າງ

He has a fever, so he takes some medicine.

ລາວເປັນໄຂ້ດັ່ງນັ້ນລາວຈຶ່ງກິນຢາ (ຢ່າໃຊ້ : He eats some medicine.)

Do you like to take aspirin when you are sick?

ເຈົ້າມັກກິນຢາແອສໄພຣິນບໍ່ຕອນເຈົ້າບໍ່ສະບາຍ?

.

grazing

.

Graze  v. (ເກຣຊ)

ຫມາຍເຖິງ “ກິນຫຍ້າ, ເລັກຫຍ້າ ໃຊ້ກັບສັດທີ່ກິນຫຍ້າເປັນອາຫານ ເຊັ່ນ ງົວ, ຄວາຍ, ມ້າ ໆລໆ ເປັນຕົ້ນ.

⇒  ຕົວຢ່າງ

My buffaloes are grazing in the field.

ຄວາຍຂອງຂ້ອຍກຳລັງກິນຫຍ້າຢູ່ໃນທົ່ງນາ.

The sheep like to graze.

ແກະກໍ່ມັກກິນຫຍ້າເປັນອາຫານ (ຄືກັນ)

comment