ຂັ້ນຕອນການເຂົ້າປ້ອນຈຳນວນບິດຄ້ອຍທີ່ທ່ານມີ ເພື່ອກວດເບິ່ງລາຄາເປັນເງິນກີບ.

ຂໍໃຫ້ທ່ານເຂົ້າໃຈວ່າ: ລາຄາຂອງສະກຸນເງິນດິຈິຕອນ (ຫຼຽນບິດຄ້ອຍ ຫຼືຫຼຽນອື່ນໆ) ລາຄາແມ່ນບໍ່ຄົງທີ່, ຈະມີການປັບຂຶ້ນໆ-ລົງໆ ຢູ່ຕະຫຼອດເວລາ.

ແຕະທີ່ແອັບ Chrome.

ທີ່ຫ້ອງ Google Search ໃຫ້ ພິມ btc to kip ໃສ່.

ແຕະທີ່ 1 Bitcoin = 621,167,571 Laotian Kip (ລາຄາບິດຄ້ອຍຈະມີການປັບຂຶ້ນໆ-ລົງໆ ແບບບໍ່ຄົງທີ່ ສະນັ້ນລາຄາທີ່ແອັດມິນເຮັດໃຫ້ເບິ່ງເປັນຕົວຢ່າງອາດຈະມີການປ່ຽນແປງ)

  1. ປ້ອນຈຳນວນ Bitcoin ທີ່ທ່ານມີໃສ່ ຕົວຢ່າງ: 0.00001 BTC. (ຫຼືຖ້າຢາກຮູ້ລາຄາຂອງເງິນດິຈິຕອລສະກຸນອື່ນ ແມ່ນໃຫ້ແຕະທີ່ BTC ແລ້ວຈະມີລາຍຊື່ຂອງເງິນດິຈິຕອລສະກຸນຕ່າງໆສະແດງຂຶ້ນມາ. ໃຫ້ທ່ານແຕະໃສ່ຊື່ຂອງເງິນດິຈິຕອລສະກຸນທີ່ທ່ານຕ້ອງການຢາກຮູ້ ແລ້ວປ້ອນຈຳນວນໃສ່ໃຫມ່)
  2. ແລ້ວລາຄາເປັນເງິນກີບ ຈະປະກົດຂຶ້ນມາ ຕົວຢ່າງ: 6211.68 LAK (6211.68 LAK = ຫົກພັນສອງຮ້ອຍສິບເອັດ ກີບ). (ຖ້າຢາກຮູ້ລາຄາເປັນເງິນດ່ອນລ່າ, ເງິນບາດຫຼືເງິນອື່ນໆ ແມ່ນໃຫ້ແຕະທີ່ LAK ຈະມີລາຍຊື່ຂອງເງິນສະກຸນຕ່າງໆສະແດງຂຶ້ນມາ ແລ້ວໃຫ້ທ່ານແຕະໃສ່ຊື່ຂອງສະກຸນເງິນທີ່ທ່ານຕ້ອງການຢາກຮູ້)