ການລ໋ອກອິນເຂົ້າໃນແອັບ Gmail ເທິງມືຖືມັນຈະມີຢູ່ 2 ກໍລະນີດ້ວຍກັນ:

ກໍລະນີທີ່ 1: ແມ່ນການລ໋ອກອິນເຂົ້າແອັບ Gmail ໂດຍທີ່ຍັງບໍ່ທັນມີຈັກບັນຊີຖືກລ໋ອກອິນເຂົ້າເທື່ອ.

ສ່ວນກໍລະນີທີ່ 2: ແມ່ນການລ໋ອກອິນແບບທີ່ມີບັນຊີ Gmail ຢູ່ໃນແອັບແລ້ວ ເຊິ່ງອາດຈະເປັນບັນຊີທີ່ທ່ານເອງໄດ້ສ້າງຂຶ້ນມາແລະໄດ້ລ໋ອກອິນເຂົ້າເພື່ອໃຊ້ງານ ຫຼື ອາດຈະເປັນບັນຊີ Gmail ທີ່ໃນເວລາທ່ານໄດ້ໄປຊື້ໂທລະສັບນຳຮ້ານແລ້ວທາງຮ້ານເພິ່ນເປັນຄົນສະໝັກໃຫ້ (ສ່ວນຫຼາຍແມ່ນຄົນທີ່ຊື້ໂທລະສັບມາໃຊ້ແລ້ວຈະບໍ່ຮູ້ລະຫັດທີ່ເພິ່ນສ້າງໄວ້ໃຫ້)

ສະນັ້ນແອັດມິນຈະພາເຂົ້າລ໋ອກອິນບັນຊີແບບໃນກໍລະນີທີ່ 2 ຫຼືເປັນການເພີ່ມບັນຊີນັ້ນເອງ.

ແຕະແອັບ Gmail ເພື່ອຈະເຂົ້າໄປເພິ່ມບັນຊີອີເມວຂອງທ່ານ.

ເມື່ອແຕະເຂົ້າມາໃນແອັບ Gmail ໃນກໍລະນີທີ່ມີບັນຊີອີເມວອື່ນຖືກລ໋ອກອິນເຂົ້າໃຊ້ງານຢູ່ແລ້ວ ມັນກໍ່ຈະປະກົດໜ້າ Inbox ອີເມວອອກມາເປັນປະມານນີ້. ໃຫ້ທ່ານແຕະທີ່ໂລໂກຕາມທີ່ໄດ້ຂີດອ້ອມເປັນສີແດງ.

ແຕະ Add another account = ເພີ່ມບັນຊີ.

ແຕະ Google.

ເມື່ອມາເຖິງຫນ້າ Sign in

  1. Email or Phone = ອີເມວ ຫຼື ເບີໂທລະສັບ. ໃຫ້ໃສ່ຊື່ອີເມວຂອງທ່ານ ຕົວຢ່າງຂອງແອດມິນ: laosocialblog@gmail.com ຫຼືຈະໃສ່ເປັນເບີໂທລະສັບກໍ່ໄດ້.
  2. ແຕະ Next = ຕໍ່ໄປ

ຫນ້າ Google Welcome

  1. Enter your password = ໃຫ້ໃສ່ລະຫັດຜ່ານ
  2. ແຕະ Next = ຕໍ່ໄປ

ແຕະ I agree = ຂ້ອຍຍອມຮັບ.

ເມື່ອແຕະ I agree = ຂ້ອຍຍອມຮັບ. ຮຽບຮ້ອຍແລ້ວມັນຈະເດັ້ງມາຫນ້າ Inbox ອີເມວແບບເກົ່າ. ໃຫ້ທ່ານແຕະຮູບໄອຄ່ອນທີ່ມີຂີດອ້ອມສີແດງນັ້ນອີກຄັ້ງ.

ແລ້ວມັນຈະປະກົດມີຊື່ບັນຊີອີເມວຂອງທ່ານຂຶ້ນມາ (ເຊັ່ນຕົວຢ່າງອີເມວຂອງແອັດມິນດັ່ງໃນຮູບ). ໃຫ້ທ່ານແຕະໃສ່ຊື່ອີເມວຂອງທ່ານ.

ແລະເມື່ອມາເຖິງຫນ້າແບບນີ້ ກໍ່ສະແດງວ່າ ການເພີ່ມບັນຊີອີເມວຂອງທ່ານແມ່ນ ສຳເລັດເປັນທີ່ຮຽບຮ້ອຍແລ້ວ.