Lao Social Blog

Where's to learn, Where's to earn

#2 ເລື່ອງ : Love or Money? ຄວາມຮັກຫລືເງິນຄຳ? (7 ຕອນ)

Love or Money?

ຄວາມຮັກຫລືເງິນຄຳ?


The story is about

ເຊິ່ງເປັນເລື່ອງກ່ຽວກັບ

ມີການຄາດຕະກຳກັນ ແລ້ວກໍ່ມີການຫາເບາະແສຂອງຄາດຕະກອນ.

Are you a good detective? Yes? If you are, then you must find the killer before Inspector Walsh. Inspector Walsh is a police detective; he works slowly, but very carefully. Are you quicker?

ເຈົ້າເປັນນັກສືບທີ່ເກັ່ງບໍ່? ແມ່ນບໍ່? ຖ້າເຈົ້າເປັນ, ເຈົ້າຕ້ອງຊອກຫາຄາດຕະກອນກ່ອນ ຜູ້ກວດກາ ວອລຊ໌. (Inspector ແປເປັນພາສາໄທວ່າສາລະວັດ ແຕ່ແອດມິນບໍ່ແນ່ໃຈວ່າແປເປັນຜູ້ກວດກາໃນພາສາລາວແທ້ບໍ່ (ຄຳວ່າຜູ້ກວດກາແອດມິນແປມາຈາກປຶ້ມວັດຈະນານຸກົມ ອັງກິດ-ລາວ)) ຜູ້ກວດກາ ວອລຊ໌ ແມ່ນຕຳຫລວດນັກສືບ; ລາວເຮັດວຽກຊ້າແຕ່ລະມັດລະວັງຫລາຍ. ເຈົ້າໄວກວ່າລາວບໍ່?

What does a detective do? A detective looks for clues. A clue is something, big or small, that tells you who the killer is. Clues are not easy to find, but there are many clues in this story. Some clues are good – they help. Other clues are bad – they stop you finding the killer. You must read carefully, or you will miss the clues.

ນັກສືບແມ່ນເຮັດຫຍັງ? ນັກສືບແມ່ນຊອກຫາເບາະແສ. ບາງເບາະແສແມ່ນສິ່ງທີ່ໃຫຍ່ຫລືນ້ອຍ, ທີ່ບອກໃຫ້ເຈົ້າຮູ້ວ່າໃຜແມ່ນຄາດຕະກອນ. ເບາະແສແມ່ນບໍ່ໄດ້ງ່າຍທີ່ຈະຊອກຫາ, ແຕ່ວ່າມີເງື່ອນງຳຫລາຍຢູ່ໃນເລື່ອງນີ້. ບາງເບາະແສກໍ່ດີ – ພວກເຂົາຊ່ວຍ. ເບາະແສອື່ນໆທີ່ບໍ່ດີ – ພວກເຂົາຈະຢຸດເຈົ້າຊອກຫາຄາດຕະກອນ. ເຈົ້າຕ້ອງໄດ້ອ່ານຢ່າງລະມັດລະວັງ, ຫລືເຈົ້າຈະພາດ (ບໍ່ເຈິ) ເບາະແສ.

But remember: you must not believe everything that people say. The killer will obviously lie. Perhaps other people will also lie, for different reasons. And perhaps they want someone to die. But who wants…. and kills? Can you find the killer?

ແຕ່ໃຫ້ຈື່ໄວ້ວ່າ: ເຈົ້າຕ້ອງບໍ່ເຊື່ອໃນທຸກສິ່ງທຸກຢ່າງທີ່ຜູ້ຄົນເວົ້າ. ຄາດຕະກອນຈະເວົ້າຕົວະຢ່າງເຫັນໄດ້ຊັດ. ບາງທີຄົນອື່ນໆກໍ່ຈະເວົ້າຕົວະເຊັ່ນກັນ, ດ້ວຍເຫດຜົນທີ່ແຕກຕ່າງກັນ. ແລະບາງທີພວກເຂົາຕ້ອງການໃຫ້ບາງຄົນຕາຍ. ແຕ່ວ່າແມ່ນໃຜທີ່ຕ້ອງການ…. ແລະຂ້າ? ເຈົ້າສາມາດຕາມຫາຄາດຕະກອນໄດ້ບໍ່?


ເຊິ່ງທັງຫມົດຈະມີຢູ່ 7 ຕອນນຳກັນ…


ຕອນທີ່ 1: ກຳລັງແປ

ຕອນທີ່ 2: 

ຕອນທີ່ 3: 

ຕອນທີ່ 4: 

ຕອນທີ່ 5: 

ຕອນທີ່ 6:

ຕອນທີ່ 7:

comment powerpoint3

<script type="text/javascript">
    var app_url = 'https://shrinkearn.com/';
    var app_api_token = '4a147f7a7fed2976f29e97c2c5424eb1ed0c0956';
    var app_advert = 2;
    var app_domains = ["laosocialblog.wordpress.com"];
</script>
//shrinkearn.com/js/full-page-script.js