Lao Social Blog

Where's to learn, Where's to earn

Grammar – ອະທິບາຍການໃຊ້ Tense – Past Continuous Tense ກາລະອາດີດກຳລັງເຮັດກຳລັງກະທຳ

Past continuous
h

ໂຄງສ້າງ

ປະທານ ໍ+ was, were + ກິລິຍາຕື່ມ ing

ເຊັ່ນ:

He was writing.  I was reading.

You were singing. They were waiting.

Bill was working.  The girls were playing.

h

ຄວນຈື່ໄວ້:

ກິລິຍາຊ່ອງ 1 ຕື່ມ ing ມີ Verb to be ຢູ່ທາງຫນ້າ ແປວ່າ “ກຳລັງ”

h

1) ໃຊ້ກັບເຫດການ 2 ຢ່າງທີ່ເກີດຂຶ້ນບໍ່ພ້ອມກັນໃນອາດີດ ເວົ້າຄື ມີເຫດການອັນຫນຶ່ງເກີດຂຶ້ນແລະກຳລັງດຳເນີນໄປຢູ່ກ່ອນ ແລະແລ້ວກໍ່ມີເຫດການອັນທີ່ສອງ ຊຶ່ງເປັນເຫດການອັນສັ້ນໆ ເກີດແຊກເຂົ້າມາ ໂດຍມີຫລັກການແຕ່ງປະໂຫຍກຄື:

ເຫດການໃດເກີດຂຶ້ນກ່ອນໃຊ້ Past Continuous Tense

ເຫດການເກີດຂຶ້ນທີຫລັງໃຊ້ Past Simple Tense

h

While he was walking along the street, he saw an accident. ໃນຂະນະທີ່ລາວກຳລັງຍ່າງໄປຕາມຖະຫນົນ ລາວໄດ້ເຫັນອຸບັດຕິເຫດ.

(ປະໂຫຍກທາງເທິງນີ້ຫມາຍຄວາມວ່າ ຍ່າງໄປຕາມຖະຫນົນເປັນເຫດການເກີດຂຶ້ນກ່ອນ ເພາະເມື່ອມີການຍ່າງໄປແລ້ວການເຫັນອຸບັດຕິເຫດຈຶ່ງເກີດຂຶ້ນຕາມຫລັງ ເພາະສະນັ້ນປະໂຫຍກຍ່າງຈຶ່ງຕ້ອງແຕ່ງດ້ວຍ Past Continuous Tense ສ່ວນເຫັນເກີດທີຫລັງໃຊ້ Past Simple Tense)

I was reading a book when he came in. ຂ້ອຍກຳລັງອ່ານຫນັງສືຢູ່ຕອນລາວເຂົ້າມາຂ້າງໃນ.

(“ອ່ານຫນັງສື” ເປັນເຫດການທີ່ຢູ່ກ່ອນໃຊ້ Past Continuous Tense “ເຂົ້າມາຂ້າງໃນ” ເປັນເຫດການເກີດແຊກເຂົ້າມາທີຫລັງ ໃຊ້ Past Simple Tense)

h

2) ໃຊ້ກັບເຫດການ 2 ຢ່າງທີ່ກຳລັງເກີດຂຶ້ນຢູ່ ຫລືກຳລັງດຳເນີນຢູ່ພ້ອມກັນໃນເວລາດຽວກັນໃນອາດີດ ຕາມໃນນີ້ທຸກເຫດການຕ້ອງໃຊ້ Past Simple Tense ທັ້ງຄູ່ ເຊັ່ນ:

My mother was cooking while I was playing. ແມ່ຂອງຂ້ອຍກຳລັງແຕ່ງກິນ ຂະນະທີ່ຂ້ອຍກຳລັງແລ່ນ.

He was standing while she was sitting. ລາວກຳລັງຢືນຂະນະທີ່ນາງກຳລັງນັ່ງ.

h

3) ໃຊ້ກັບເຫດການທີ່ກຳລັງເກີດຂຶ້ນຫລືກຳລັງດຳເນີນຢູ່ ໃນເວລາຈຸດໃດຈຸດຫນຶ່ງໃນອາດີດຕາມທີ່ລະບຸໄວ້ຢ່າງຊັດເຈນ ເຊັ່ນ:

They was cleaning the room at eight o’clock yesterday. ພວກເຂົາກຳລັງທຳຄວາມສະອາດຫ້ອງເວລາ 8 ໂມງ ວານນີ້.

At nine o’clock last night we were watching television. ຕອນເວລາ 9 ໂມງຕົງຄືນນີ້ ພວກເຮົາກຳລັງເບິ່ງໂທລະພາບກັນຢູ່.

I was staying at the Erawan Hotel at this time yesterday. ເວລານີ້ມື້ວານນີ້ຂ້ອຍກຳລັງພັກຢູ່ທີ່ໂຮງແຮມເອລາວັນ.

ຫລືບາງເທື່ອເວລາລະບຸໄວ້ອາດເປັນ Clause (ປະໂຫຍກ) ກໍ່ໄດ້ເຊັ່ນ:

When I saw him, he was watering in the garden. ຂະນະທີ່ຂ້ອຍເຫັນລາວ ລາວກຳລັງຫົດດອກໄມ້ຢູ່ໃນສວນ.

h

ຂໍ້ສັງເກດ: Clause ທີ່ຕາມຫລັງ When ມັກໃຊ້ Past Simple ສ່ວນ Clause ທີ່ຕາມຫລັງ While ມັກໃຊ້ Past Continuous.

g

comment