Lao Social Blog

Where's to learn, Where's to earn

English Conversation Practice – A White Lie ຄຳຕົວະ (ໂດຍເຈດຕະນາດີ)

ຄຳແນະນຳ:  ກໍລະນີຫລິ້ນຢູ່ໂທລະສັບ ໃຫ້ຄລິກໃສ່  Listen in browser ກ່ອນຈຶ່ງຄ່ອຍກົດປູ່ມຫລິ້ນເພື່ອຟັງ.
ຄລິກລິ້ງນີ້ເພື່ອເຂົ້າໄປຝຶກສົນທະນາແລະຕອບຄຳຖາມບົດນີ້ຢູ່ຫນ້າເວບຂອງຕ່າງປະເທດ

 

Erin: Do you want to go to the concert tonight?

ອີຣິນ: ເຈົ້າຢາກໄປຄອນເສີດມື້ຄ່ຳນີ້ບໍ່?

Carol: Do you have tickets?

ແຄໂຣລ: ເຈົ້າມີປີ້ຫວາ?

Erin: Yes! I got two tickets from my boss. She can’t go.

ອີຣິນ: ເຈົ້າ! ຂ້ອຍໄດ້ປີ້ສອງໃບຈາກຫົວຫນ້າຂອງຂ້ອຍ. ນາງບໍ່ສາມາດໄປ.

Carol: I would love to go, but what about Cindy?

ແຄໂຣລ: ຂ້ອຍຢາກໄປ, ແຕ່ວ່າ ຊິນດີ້ເດ?

Erin: I only have two tickets.

ອີຣິນ: ຂ້ອຍມີປີ້ພຽງແຕ່ສອງໃບ.

Carol: What if she finds out? She’ll be so sad.

ແຄໂຣລ: ຖ້ານາງຮູ້ເຂົ້າເດ? ນາງຈະເສົ້າຫລາຍ.

Erin: I can’t give up these tickets. They’re front row seats!

ອີຣິນ: ຂ້ອຍບໍ່ສາມາດໃຫ້ປີ້ເຫລົ່ານີ້ໄດ້. ພວກເຂົານັ່ງແຖວຫນ້າ.

Carol: Front row! Let’s tell Cindy that we have to work late.

ແຄໂຣລ: ແຖວຫນ້າ! ບອກຊິນດີ້ວ່າພວກເຮົາຕ້ອງໄດ້ເລີກວຽກຊ້າກັນເຖາະ.

Erin: Don’t you want to buy a concert T-shirt?

ອີຣິນ: ເຈົ້າບໍ່ຢາກຊື້ ເສື້ອຄອນເສີດແດ່ຫວາ?

Carol: Then she’ll know we went to the concert.

ແຄໂຣລ: ນັ້ນນາງຈະຮູ້ວ່າພວກເຮົາໄດ້ໄປຄອນເສີດ.

Erin: We’ll get her one and tell her that my boss got them for us.

ອີຣິນ: ພວກເຮົາຈະເອົາໃຫ້ນາງຜືນຫນຶ່ງແລະບອກນາງວ່າຫົວຫນ້າຂອງຂ້ອຍເອົາໃຫ້ພວກເຮົາ.

Carol: Ok. That’s a good lie.

ແຄໂຣລ: ຕົກລົງ. ນັ້ນເປັນການຕົວະທີ່ດີ.

 

comment