ຄຳແນະນຳ: ກໍລະນີຫລິ້ນຢູ່ໂທລະສັບ ໃຫ້ຄລິກໃສ່ Listen in browser ກ່ອນຈຶ່ງຄ່ອຍກົດປູ່ມຫລິ້ນເພື່ອຟັງ.
Raul: Are you ready for the English test tomorrow?
ຣາອູລ: ເຈົ້າພ້ອມແລ້ວບໍ່ສຳລັບການສອບເສັງວິຊາພາສາອັງກິດມື້ອື່ນ?
.
June: No. I am going to fail it.
ຈູນ: ບໍ່. ຂ້ອຍຈະຕົກວິຊານີ້.
.
Raul: Didn’t you study and take notes?
ຣາອູລ: ເຈົ້າບໍ່ໄດ້ຮຽນ ແລະຈົດໄວ້ຫວາ?
.
June: My notes will not help me.
ຈູນ: ບົດຈົດຂອງຂ້ອຍຈະບໍ່ຊ່ວຍຂ້ອຍໄດ້.
.
Raul: Why?
ຣາອູລ: ເປັນຫຍັງ?
.
June: The teacher speaks too fast. I couldn’t write anything down.
ຈູນ: ອາຈານເວົ້າໄວໂພດ. ຂ້ອຍບໍ່ສາມາດຈົດຫຍັງລົງໄດ້ເລີຍ.
.
Raul: Why didn’t you ask her to speak slowly?
ຣາອູລ: ເປັນຫຍັງເຈົ້າຈຶ່ງບໍ່ບອກໃຫ້ລາວເວົ້າຊ້າລົງ?
.
June: I was too embarrassed to tell her I didn’t understand.
ຈູນ: ຂ້ອຍອາຍເກີນໄປທີ່ຈະບອກລາວວ່າຂ້ອຍບໍ່ເຂົ້າໃຈ.
.
Raul: I’ll help you study. I have a lot of notes
ຣາອູລ: ຂ້ອຍຈະຊ່ວຍເຈົ້າຮຽນ. ຂ້ອຍມີບົດຈົດຫລາຍ.